ເມືອງເກົ່າສຸວັນນະໂຄມຄຳ

ເມືອງເກົ່າສຸວັນນະໂຄມຄຳ

• ປະຫວັດໃນປັດຈຸບັນ

ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ໃນເຂດທີ່ເຄີຍເກາະເຂີນເຊິ່ງໄດ້ຫາຍສາຍສູນໄປແລ້ວ ພາຍຫຼັງທີ່ນ້ຳຂອງໄດ້ປ່ຽນທາງເດີນນ້ຳ ຍັງຄົງເຫຼືອຮ່ອງຮອຍຂອງເມືອງເປັນບຶງໂຄ້ງຍາວປະມານ 3ກິໂລແມັດ ເອີ້ນວ່າ ໜອງວັງຄຳ ທີ່ຕັ້ງຂອງເມືອງຕົ້ນເຜິ້ງ ຫຼື ເມືອງສຸວັນນະໂຄມຄຳຍັງເປັນສຸດເຂດຕາເວັນຕົກຂອງປະເທດລາວ ຄື ຫ່າງຈາກເມືອງຫ້ວຍຊາຍໄປທາງທິດຕາເວັນຕົກປະມານ 40 ກິໂລແມັດທາງບົກ ຫຼື 60 ກິໂລແມັດທາງນ້ຳ. ເປັນບູຮານສະຖານບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງນະຄອນບູຮານເກົ່າແກ່ເອີ້ນວ່າ ນະຄອນສຸວັນນະໂຄມຄຳ ເຊິ່ງຕໍ່ມາກາຍເປັນ ນາຄະນະຄອນ,ນະຄອນຊຽງລາວ,ນະຄອນເງິນຍວງ(ເງິນຍາງ),ຫິຣັນນະຄອນ ແລະ ນະຄອນຊຽງແສນ(ເກົ່າ).ມີບູຮານສະຖານ 44 ແຫ່ງ ສ້າງໂດຍດິນຈີ່ ແລະ ປູນ ໄດ້ແກ່: ພຣະອຸໂປສົດ,ພຣະທາດ,ພຣະພຸດທະຮູບ,ໜອງນ້ຳ ຯລຯ. ສິ່ງທີ່ຍັງຄົງງົດງາມ ແລະ ສະຫງ່າຕະການຕາທີ່ເຫຼືອໃຫ້ເຫັນ ທີ່ສາມາດລອດພົ້ນຈາກການປຸ້ນສົມບັດໃນສະໄໝກ່ອນໄດ້ແກ່:ພຣະພຸດທະຮູບປາງສະມາທິ ສ້າງໂດຍດິນຈີ່ ແລະ ປູນ. ເປັນພຣະພຸດຮູບອົງໃຫຍ່ເຊິ່ງມີຄວາມ ກວ້າງໜ້າຕັກ 7.10 ແມັດ,ຄວາມສູງ 7.22 ແມັດ,ບ່າແຕ່ລະຂ້າງມີຂະໜາດ 1.10 ແມັດ,ດ້ານຂ້າງແຕ່ກະໂພກເຖິງເຂົ່າ 3.60 ແມັດ ນັບວ່າເປັນພຣະພຸດທະຮູບທີ່ໃຫຍ່ອົງໜຶ່ງຂອງລາວ ແລະ ອາຊີຕາເວັນອອກສຽງ ໃຕ້.ດ້ວຍຂະໜາດທີ່ໃຫຍ່ຂອງພຣະພຸດທະຮູບໄດ້ມີການສັນນິຖານວ່າເປັນພຣະພຸດທະຮູບປະຈຳວັດຂອງພຣະຣາຊະວັງ.ນອກນີ້ຍັງມີອີກອົງໜຶ່ງທີ່ມີຂະໜາດເກືອບເທົ່າກັນແຕ່ຖືກນ້ຳກັດເຊາະພັງທະລາຍໄປແລ້ວ ນັ້ນກໍຄືພຣະນະ ວະລ້ານຕື້ ຫຼື ພຣະຣັດສະໝີທອງສຳລິດທີ່ຈົມຢູ່ໃຕ້ແມ່ນ້ຳຂອງທີ່ດອນແຫ້ງຂອງລາວເຮົາ. ປູຊະນິຍະສະຖານທີ່ເຫຼືອຢູ່ນີ້ສ່ວນຫຼາຍມາຈາກຍຸກນະຄອນຊຽງແສນເກົ່າ ສະໄໝພຣະເຈົ້າໄຊເສດຖາທິຣາດ ເຊິ່ງພຣະອົງໄດ້ຊົງຮັບສັ່ງໃຫ້ສະຖາປະນາບູລະນະໃຫ້ເປັນນະຄອນທີ່ສວຍສົດງົດງາມເທິງສອງຝາກຝັ່ງແມ່ນ້ຳຂອງ ເຊິ່ງມີສູນກາງທາງຝັ່ງຊ້າຍຂອງແມ່ນ້ຳຂອງເຊິ່ງກໍແມ່ນເມືອງຕົ້ນເຜິ້ງນັ້ນເອງ.ນະຄອນນີ້ຖືກທຳລາຍຈາກການຮຸກຮານຂອງກອງທັບພະມ້າ ໃນສະໄໝຂອງພຣະເຈົ້າໄຊເສດຖານັ້ນເອງ.ອັນເປັນເຫດໃຫ້ດິນແດນລ້ານນາຖືກຍຶດ ແລະ ແຍກອອກຈາກດິນແດນລ້ານຊ້າງໃນເວລາຕໍ່ມາ.

• ປະຫວັດໃນອະດີດ

ໃນຕຳນານນະຄອນໂຍນົກ ຂອງເຈົ້າຄຳໝັ້ນ ວົງກົດຣັຕຕະນະ ກ່າວໄວ້ມີຂໍ້ຄວາມດ່ັງນີ້: “ພຣະເຈົ້າສີລິວົງສາ ກະສັດຂອງງນະຄອນໂພທິສານຫຼວງ (ນະຄອນໂຄຕະປຸຣະ ຫຼື ໂຄຕະບູນ ຫຼື ສີໂຄ ຕະບອງ ຢູ່ໃນເຂດເມືອງທ່າແຂກ ແຂວງຄຳມ່ວນໃນປັດຈຸບັນ) ມີພຣະຣາຊະບຸດ ໒ ພຣະອົງ, ອົງແຮກມີພຣະນາມ ວ່າ ອິນທຣະວົງສາ ແລະ ອົງນ້ອງພຣະນາມວ່າ ໄອຍະກຸມານ ເມື່ອພຣະຣາຊະບິດາສະຫວັນນະ ຄົດແລ້ວ ໂອຣົດທັງສອງອົງອ້າຍກໍຂຶ້ນຄອງຣາດຊະສົມບັດ ແລະ ອົງນ້ອງເປັນອຸປາຣາດ ພຣະຍາອິນທະວົງສາ ມີໂອຣົດຊົງພຣະນາມວ່າ ພຣະຍາອິນປະຖົມ ແລະ ພຣະຍາໄອກຸມານມີພຣະທິດາຊົງ ພຣະນາມວ່າ ນາງອູຣະສາ(ຄົງຈະເປັນ ໂອຣະສາ ພາສາໄທລື້ ) ແລະ ພຣະໂອຣົດ ພຣະທິດາທັງສອງພຣະອົງໄດ້ອະພິເສກສົມຣົດກັນ, ຄັນເມື່ອພຣະ ພຣະຍາອິນທະວົງສາສະຫວັນນະຄົດ ພຣະຍາອິນປະຖົມກຸມານ ກໍຂຶ້ນຄອງຣາຊະສົມບັດແທນ. ພຣະຍາໄອກຸມານ ຜູ້ເປັນອາວ ແລະ ພໍ່ເຖົ້າ ໄດ້ສະລະຕຳແໜ່ງມະຫາອຸປາຣາດ ແລ້ວພາບໍຣະວານເດີນຂຶ້ນຕາມລຳແມ່ນຳ້ຂອງ ເປັນເວລາ ໓ ເດືອນ ຈຶ່ງເຖິງດອນເຂີນ ເຊິ່ງຕັ້ງຢູ່ດ້ານ ຊ້າຍປາກແມ່ນ້ຳກົກ ທິດຕາເວັນຕົກ ພຣະຍາໄອກຸມານ ຈຶ່ງຕັດສິນໃຈຕັງຣາຊະນະຄອນທີ່ດອນເຂີນ ອັນປະກອບດ້ວຍຄົວເຮືອນເບື້ອງຄົ້ນ ໓.໐໐໐ ຄົວເຮືອນ. ຂະນະນັ້ນ ຂ່າວດີກໍໄດ້ມາເຖິງພຣະອົງວ່າ ພຣະທິດາຂອງພຣະອົງກໍໄດ້ປະສູດພຣະໂອຣົດ ທີ່ມີເຕຊານຸພາບແຕ່ຍັງປະສູດ ແລະຕໍ່ມາກໍເກີດອະພິນິຫານຂຶ້ນຫຼາຍຢ່າງ ໃນຣາຊະສຳນັກນະຄອນ ໂຄຕະປຸຣະ(ໂຄຕະບູນ) ອັນເປັນສາເຫດໃຫ້ອາມາດຣາຊະມົນຕີຢ້ານໄພພິບັດທຳໃຫ້ບ້ານເມືອງ ຫຼົ້ມຈົມ. ເມື່ອເສນາອາມາດນຳຄວາມຂື້ນທູນພຣະບິດາຜູ້ເປັນພຣະເຈົ້າແຜ່ນດິນ,ພຣະອົງເລີຍຮັບສັ່ງໃຫ້ເອົາພຣະມະເຫສີ ແລະ ຣາຊະບຸດໃສ່ແພລອຍນ້ຳ ຄັນເມື່ອພຣະເຈົ້າໄອຍະກຸມມານຊົງຊາບເລື່ອງນີ້ກໍເສີຍພະໄທຢ່າງຍິ່ງ ຈຶ່ງໄດ້ຮັບສັ່ງໃຫ້ໄພ່ຟ້າຣາຊະດອນທຳການບູຊາໂດຍຈູດທູບທຽນ,ໂຄມໄຟ ແລະ ປະທີບບູຊາພະຍານາກ ໃຫ້ສະຫວ່າງທົ່ວແມ່ນ້ຳຂອງເປັນເວລາ 7 ວັນ 7 ຄືນເພື່ອຂໍໃຫ້ພະຍານາກຊູເອົາເຮືອຂອງພຣະມະເຫສີ ແລະ ກຸມມານນ້ອຍໄວ້ບໍ່ໃຫ້ໄຫຼລົງສູ່ທະເລ(ຕຳນານເລົ່າໄວ້ວ່າພະຍານາກໄດ້ສ້າງຫຼີ່ຜີຂື້ນ ຈຶ່ງປາກົດເປັນດອນຂີ້ນາກ ເພື່ອກັ້ນແມ່ນ້ຳຂອງ ເຮັດໃຫ້ແພຂອງອົງກຸມມານນ້ອຍໄຫຼຂື້ນເໜືອຈົນເຖິງເກາະເຂີນ) ການທີ່ ບູຊາພະຍານາກໂດຍການຈູດທູບ,ທຽນ,ໂຄມໄຟ ໄປຕາມແມ່ນ້ຳຂອງນີ້ເອງ ຈຶ່ງເກີດມີປະເພນີໄຫຼເຮືອໄຟຂອງລາວເຮົາຄັ້ງທຳອິດ ແລະ ປະຕິບັດກັນແຕ່ນັ້ນມາຈົນເຖິງປັດຈຸບັນ. ດ້ວຍເຫດນີ້ເອົງຊຸມຊົນທີ່ຕັ້ງຂື້ນເທິງເກາະເຂີນ ຈຶ່ງໄດ້ຖືກຂະໜານນາມວ່າ ເມືອງສຸວັນນະໂຄມຄຳ ຕາມຊື່ກຸມມານນ້ອຍນັ້ນ ເຊິ່ງມີນາມວ່າ ສຸວັນນະມຸຂະທາວາຣະ ແລະ ໂຄມເຊ່ິງຈູດບູຊາພະຍານາກເຊິ່ງເອີ້ນວ່າ ໂຄມຄຳ. ຕາມຕຳນານຂອງປະເທດສີລັງກາ ເຊິ່ງທ່ານຟັງຊິດການເຍ ຂຽນໄວ້ໃນໜັງສືສຳຫຼວດແມ່ນ້ຳຂອງ ຂອງທ່ານໃນສະຕະວັດທີ XIX ກ່າວໄວ້ວ່າເມືອງສຸວັນນະໂຄມຄຳປາກົດຕົວໃນສະຕະວັດທີ V ຂອງຄຣິດຕະການ ແລະ ຕາມຕຳນານນ້ຳຖ້ວມໂລກຊຶ່ງໄດ້ກ່າວເຖິງພຣະຍາສີສັດຕະນາກ ທີ່ຄອງເມືອງໜອງກະແສແສນຍ່ານ ໄດ້ນຳກຳລັງ 7 ໂກດ(7 ພັນລ້ານຄົນ)ຍົກລົງມາຕາມແມ່ນ້ຳຂອງ ແລະ ເປັນຕົ້ນກຳເນີດຂອງນາກ 15 ຕະກູນໃນຫຼວງພະບາງ ແລະ ຕໍ່ມາຊາວເມືອງໂພທິສານຫຼວງ(ສີໂຄດຕະບູນ ຫຼື ສີໂຄດຕະບອງ ເປັນຊື່ຂອມ). ຕຳນານຍັງບອກວ່າເມືອງສຸວັນນະໂຄມຄຳນັ້ນເຕີບໂຕຢ່າງວ່ອງໄວພຽງແຕ່ 3 ປີເທົ່ານັ້ນ ບ້ານເມືອງຂອງຣາຊະດອນມີເຖິງ 3 ແສນຫຼັງ.ແຕ່ຕໍ່ມາມີການປະພຶດບໍ່ຊື່ສັດກັບພໍ່ຄ້າ ເຊິ່ງເປັນພວກນາກຊາວຫຼວງພະບາງ ເຮັດໃຫ້ເກີດການຂັດແຍ້ງກັນ ຊາວຫຼວງພະບາງຈຶ່ງໄດ້ນຳກຳລັງມາບຸກທຳລາຍເມືອງສຸວັນນະໂຄມຄຳຈົນຮາບຄາບ ເຮັດໃຫ້ຊາວເມືອງແຕກຕື່ນອົບພະຍົບໄປທຸກທິດທາງ ເຊັ່ນ:ໜີເຂົ້າອຸໂມງໄປສີສັດສະນາໄລ ແລະ ຫຼວງພະບາງ ໂດຍໄດ້ນຳປະເພນີໄຫຼເຮືອໄຟໄປປະຕິບັດ ຈຶ່ງເກີດມີການແພ່ຂະຫຍາຍວັດທະນະທຳນີ້ຢ່າງກວ້າງຂວາງ. ຕໍ່ມາຍັງມີຕະກູນນາກລາວຈົກ ຄືລາວທາງພາກເໜືອຂອງແຂວງຊຽງຣາຍ(ໄທ)ໄດ້ມາສ້າງນະຄອນສຸວັນນະໂຄມຄຳຂື້ນອີກຄັ້ງ ຕາມຕຳນານມີກຳແພງເມືອງອ້ອມຮອບ 4 ດ້ານ ແຕ່ລະດ້ານຍາວ 3 ພັນວາ. ດ້ວຍເຫດນີ້ ເມືອງສຸວັນນະໂຄມຄຳທີ່ຫາຍສາບສູນໄປແລ້ວຈຶ່ງໄດ້ຊ່ຶເອີ້ນໃໝ່ວ່າ ນາເຄນທະຣະນະຄອນ,ນາກບູຣີ,ເມືອງນາກພັນທຸສີງຫະນະວັດນະຄອນ ຫຼື ນະຄອນຊຽງລາວເນື່ອງຈາກວ່າຊາວລາວພາກ ເໜືອ(ນາກ)ເປັນຜູ້ສ້າງຂື້ນນອກຈາກຊື່ຕ່າງໆແລ້ວນັ້ນ ໃນຕຳນານຕ່າງໆຂອງຊາວລາວພາກເໜືອ ແລະ ຕຳນານ ທ້າວຮຸ່ງ-ທ້າວເຈືອງ ໄດ້ເອີ້ນວ່າ ນະຄອນເງິນຍາງ ຫຼື ນະຄອນເງິນຍວງ ຕໍ່ມາເມື່ອພະຍາ ແສນພູໄດ້ຂື້ນຄອງເມືອງດັ່ງກ່າວໄດ້ອີກຊື່ໜຶ່ງວ່າ ນະຄອນຊຽງແສນ(ເກົ່າ). ຕະກູນລາວຈົກໄດ້ຄອງນະຄອນຊຽງລາວ,ນາກບູຣີ ຫຼື ນະຄອນເງິນຍາງມາຕະຫຼອດ 43 ຣາຊະສະໄໝ ຈົນເຖິງສະໄໝຂຸນເຈືອງ ກະສັດລາວຜູ້ທຳອິດທີ່ລວບລວມເຜົ່າຕ່າງໆໃຫ້ເປັນອານາຈັກດຽວກັນຢູ່ທາງ ພາກເໜືອ ເມື່ອ ຄ.ສ 1096 ຂຸນເຈືອງໄດ້ຍົກກອງທັບມາພິຊິດຫຼວງພະບາງ,ຊຽງຂວາງ ແລະ ເມືອງປະກັນ(ແຄວ້ນແກວຈີ ຂອງຫວຽດນາມ)ຈາກນັ້ນກໍລວມເປັນອານາຈັກດຽວກັນ ໂດຍສະເພາະລວມ ຕະກູນນາກ ແລະ ຕະກູນຂອມເຂົ້າດ້ວຍກັນ ສະນັ້ນຈຶ່ງຖືໄດ້ວ່າພຣະອົງເປັນກະສັດຜູ້ຍິ່ງໃຫຍ່ພຣະອົງໜຶ່ງຂອງບັນດາຊົນຊາດລາວ.ອານາຈັກຂອງຂຸນເຈືອງຫຼົ້ມສະລາຍໃນຣາຊະສະໄໝທີ 4 ຂອງກະສັດຫຼວງພະ ບາງຄື ສະໄໝຂອງຂຸນກັນຮາງ ຜູ້ເຊິ່ງເປັນເຫຼັນໂຫຼນຂອງຂຸນເຈືອງ ຫຼັງຈາກພ່າຍແພ້ໃຫ້ແກ່ກອງທັບຂອງຂຸນລໍ ທີ່ຍົກທັບມາຈາກເມືອງແຖນ(ດຽນບຽນຟູ ຂອງຫວຽດນາມ). ເມືອງສຸວັນນະໂຄມຄຳເຊິ່ງເປັນຊື່ເອີ້ນທຳອິດຂອງນະຄອນບູຮານແຫ່ງນີ້ ນັບວ່າໄດ້ຜ່ານການຖືກທຳລາຍ ແລະ ສ້າງຂື້ນໃໝ່ຫຼາຍຄັ້ງຫຼາຍຫົນ ແລະ ມີຊື່ເອີ້ນຕ່າງໆນາໆ ໃນທີ່ສຸດກໍ່ເຫຼືອໃຫ້ພຽງແຕ່ເມືອງຮ້າງທີ່ ໜ້າສະເທືອນໃຈ. ປັດຈຸບັນນີ້ພະແນກວັດທະນະທຳແຂວງບໍ່ແກ້ວ ແລະ ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ມີມາດຕະການອະນຸລັກ ແລະ ປະກາດເປັນປູຊະນິຍະສະຖານແຫ່ງຊາດ ເປັນສະຖານທີ່ອະນຸລັກ ແລະ ຫວງຫ້າມ ເປັນອຸທິຍານແຫ່ງການສຶກສາຫາຄວາມຮູ້,ແຫຼ່ງທ່ອງທ່ຽວ ແລະ ພັກຜ່ອນຍ່ອນໃຈຂອງຄົ້ນຄວ້າ,ນັກສຶກສາ ແລະ ນັກອະນຸລັກນິຍົມ.ນອກຈາກນີ້ລັດຖະບານລາວ-ໄທຍັງໄດ້ມີຄວາມຮ່ວມມືກັນໃນການຮ່ວມກັນ ຂື້ນທະບຽນເມືອງເກົ່າສຸວັນນະໂຄມຄຳ(ລາວ) ແລະ ເມືອງຊຽງແສນເກົ່າ(ໄທ)ຂື້ນເປັນມໍລະດົກໂລກຮ່ວມກັນອີກດ້ວຍ. ອອກໄປບໍ່ໄກຈາກປູຊະນິຍະສະຖານແຫ່ງນີ້ ມີສິ່ງດຶງດູດໃຈນັກທ່ອງທ່ຽວທີ່ມາສະຖານທີ່ແຫ່ງນີ້ຄື:ບໍ່ນຳຮ້ອນ,ຕົ້ນໄມ້ຫາຍາກຫຼາຍຊະນິດ,ຮ່ອງຮອຍອະດີດສາມຫຼຽມຄຳ,ຖ້ຳຄູຫາ ແລະ ວິຖີຊີວິດຂອງຊົນເຜົ່າຕ່າງໆ ທີ່ຫຼາກຫຼາຍ ນອກຈາກນີ້ພໍຮອດມື້ບຸນອອກພັນສາ ກໍຈະໄດ້ເບິ່ງການໄຫຼເຮືອໄຟບູຊາພະຍານາກ ບ່ອນທີ່ເປັນຕົ້ນກຳເກີດຂອງປະເພນີນີ້ ແລະ ເມື່ອເຖິງລະດູດອກງິ້ວບານ ກໍຈະມີການຈັດປະກວດນາງສາວດອກ ງິ້ວບານ ແລະ ມີຮ້ານຂາຍເຄື່ອງຂອງທີ່ລະນຶກຕ່າງໆ.

Leave a Reply

Fill in your details below or click an icon to log in:

WordPress.com Logo

You are commenting using your WordPress.com account. Log Out / ປ່ຽນ )

Twitter picture

You are commenting using your Twitter account. Log Out / ປ່ຽນ )

Facebook photo

You are commenting using your Facebook account. Log Out / ປ່ຽນ )

Google+ photo

You are commenting using your Google+ account. Log Out / ປ່ຽນ )

Connecting to %s

%d bloggers like this: