ໃນຊ່ວງຫລາຍປີທີ່ຜ່ານມານັບຕັ້ງແຕ່ມີການກໍ່ສ້າງເສັ້ນທາງ R3A ໄດ້ມີນັກລົງທຸນຕ່າງປະເທດເຂົ້າມາສຳຫລວດຊ່ອງທາງການລົງທືນໃນແຂວງບໍ່ແກ້ວຢ່າງຕໍ່ເນື່ອງ ສ່ວນໃຫຍ່ເປັນນັກລົງທືນຈາກຈີນ ແລະ ຫວຽດນາມ ທີ່ສົນໃຈລົງທຸນໂດຍສະເພາະດ້ານການກະສິກຳ (ເຊັ່ນ: ການປູກຢາງພາລາ ແລະ ໄຮ່ອ້ອຍຂະໜາດໃຫຍ່), ອຸດສາຫະກຳເບົາ, ການທ່ອງທ່ຽວ ແລະ ຂຸດຄົ້ນບໍ່ແຮ່. ທັງນີ້, ປະຈຸບັນມີນັກລົງທືນ ຈາກແຂວງຢູນນານ ຂອງ ສປຈີນ ກຽມເຂົ້າມາລົງທືນ ໃນທຸລະກິດທ່ອງທ່ຽວ ແລະ ບໍລິການທີ່ກ່ຽວຂ້ອງ ເຊັ່ນ: ໂຮງແຮມ, ສະໜາມກ໋ອບ ແລະ ສູນການຄ້າ. ມູນຄ່າເກືອບ 90 ລ້ານໂດລາສະຫະລັດ. ນອກຈາກນີ້, ຍັງມີນັກລົງທຸນຈາກເກົາຫລີ ເຂົ້າມາເຮັດສັນຍາເຊົ່າທີ່ດິນຈຳນວນຫລາຍຮ້ອຍໄຮ່ບໍລິເວນໃກ້ ກັບຂົວຂ້າມແມ່ນ້ຳໂຂງແຫ່ງທີ່ 4 ເພື່ອຕຽມກໍ່ສ້າງໂຮງແຮມ ຂະໜາດໃຫຍ່ ແລະ ສູນຈຳໜ່າຍສິນຄ້າປອດພາສີ.
ຊື່ | ສະຖານທີ່ | ປະເພດໂຄງການ |
Lao Houayxai Neehong Khankeo | 4 ເມືອງ | ກະສິກຳ |
AAC Green City Laos | ຫ້ວຍຊາຍ | ບັນເທີງ, ສວນສະຫນຸກ |
Buhae Industry | ຫ້ວຍຊາຍ | ບໍ່ແຮ່ |
ລາວ ແຊບຟາຍ | ຫ້ວຍຊາຍ | ບໍ່ແຮ່ |
ຢາງພາລາ ຈົງເຊິນ | ຫ້ວຍຊາຍ | ປູກຢາງພາລາ |
ບໍລິສັດ ລີຮັງ ພັດທະນາເສດຖະກິດ ແຂວງບໍ່ແກ້ວ | ຫ້ວຍຊາຍ | ໂຮງແຮມ ແລະ ຮ້ານອາຫານ |
ບໍລິສັດ ຢູນນານ ຣັບເບີ້ | ຫ້ວຍຊາຍ | ປູກຢາງພາລາ |
ບໍລິສັດ ເຂື່ອນໄຟຟ້າ ນ້ຳງອນ | ຫ້ວຍຊາຍ | ສ້າງເຂື່ອນໄຟຟ້ານ້ຳຕົກ |
ໂຮງງານປະກອບລົດຈັກ | ຫ້ວຍຊາຍ | ໂຮງງານປະກອບລົດຈັກ |
ບໍລິສັດ ຢາພາລາ ລາວ-ຊິນສື | ຫ້ວຍຊາຍ | ປູກຢາງພາລາ |
ໂຮງງານໄມ້ຂີດໄຟ | ຫ້ວຍຊາຍ | ໂຮງງານໄມ້ຂີດໄຟ |
Market Building and Organizing | ຫ້ວຍຊາຍ | ສ້າງຕະຫລາດ |
ບໍລິສັດ ບໍ່ແກ້ວ ຣັບເບີ້ | ຫ້ວຍຊາຍ | ປູກຢາງພາລາ |
ກະເບື້ອງ ບໍ່ແກ້ວ | ຫ້ວຍຊາຍ | ໂຮງງານກະເບື້ອງ |
ບໍລິສັດ ເກດເວ | ຫ້ວຍຊາຍ | ໂຮງແຮມ ແລະ ຮ້ານອາຫານ |
ບໍລິສັດ ຈັງຊິນ | ຫ້ວຍຊາຍ | ຜະລິດເຄື່ອງ |
Pocket Factory | ຫ້ວຍຊາຍ | ຜະລິດກະເປົາ |
Rock Company | ຫ້ວຍຊາຍ | ຂຸດຄົ້ນຫີນ |
ອານີໂມ | ຫ້ວຍຊາຍ | ທ່ອງທ່ຽວ |
ດຣິມ ເຊັນເຕີ້ | ຫ້ວຍຊາຍ | ສູນການສຶກສາ |
ບໍລິສັດ ລ້ຽງຫມູ ຫ້ວຍຊາຍ | ຫ້ວຍຊາຍ | ຜະລິດສະບຽບອາຫານ |
ບໍ່ແກ້ວ ປໍຊັນ ຣັບເບີ້ | ເມິງ | ປູກຢາງພາລາ |
ຈົງຊິງຫາງ ລາວ | ເມິງ | ຜະລິດເຈັ້ຍ |
ບໍ່ແກ້ວ ເລີລິງ ຣັບເບີ້ | ເມິງ | ປູກຢາງພາລາ |
ບໍ່ແກ້ວ ທີຊານ ພັດທະນາກະສິກຳ | ເມິງ | ຢາງພາລາ ແລະ ກະສິກຳ |
ຈາຟົງ ມາຍນິງ | ຜາອຸດົມ | ຂຸດຄົ້ນຄຳ |
ຈາຟົງ ບໍ່ແກ້ວ ພັດທະນາ ກະສິກຳ | ຜາອຸດົມ | ຢາງພາລາ |
ດອກງີ້ວຄຳ ກຣຸບ | ຕົ້ນເຜິ້ງ | ເຂດເສດຖະກິດພິເສດ |
ລາວ-ຈີນ ໄບໂອ-ເຕັກໂນໂລຊີ ພັດທະນາ | ຕົ້ນເຜິ້ງ | ຢາງພາລາ |
ຈົງຊິນ ນ້ຳຫອມ | ຕົ້ນເຜິ້ງ | ຜະລິດນ້ຳຫອມ |
ບໍ່ແກ້ວ ລີຫາງ ສາງສາລີ | ຕົ້ນເຜິ້ງ | ສາງບັນຈຸສາລີ |
[ດັດແກ້]ດ້ານການຂົນສົ່ງ
ບໍລິການດ້ານການຂົນສົ່ງ ຊຶ່ງລວມທັງ ທຸລະກິດຂົນສົ່ງ, ຄັງສິນຄ້າ, ສູນກະຈາຍສິນຄ້າ ລວມເຖິງທຸລະກິດໃຫ້ບໍລິການຮັບສົ່ງຜູ້ໂດຍສານ ເພື່ອຮອງຮັບ ຄວາມຕ້ອງການໃຊ້ບໍລິການຂົນສົ່ງສິນຄ້າ ແລະ ບໍລິການທີ່ກ່ຽວຂ້ອງ ຊຶ່ງມີທ່າອ່ຽງ ເພີ່ມຂຶ້ນຕາມການຂະຫຍາຍຕົວຂອງການຄ້າ ແລະ ການລົງທືນລະຫວ່າງປະເທດ ເປັນທຸລະກິດທີ່ໜ້າສົນໃຈ ແລະ ຈະທະວີຄວາມສຳຄັນຂຶ້ນເປັນລຳດັບຫາກການຈັດຕັ້ງເຂດເສດຖະກິດພິເສດ ທີ່ອຳເພີຊຽງຂອງ ທາງຝັ່ງໄທ ແລ້ວສຳເລັດ. ທັງນີ້, ປະຈຸບັນມີນັກລົງທຸນຈີນ ເຂົ້າມາລົງທືນ ສ້າງຄັງສິນຄ້າໃນເມືອງຫ້ວຍຊາຍແດ່ແລ້ວ ລວມທັງມີຕະຫລາດ ຈຳໜ່າຍສິນຄ້າຈີນ ເພື່ອຮອງຮັບນັກທ່ອງທ່ຽວ ຊາວໄທ ແລະ ຊາວຕ່າງປະເທດ ທີ່ເດິນທາງເຂົ້າມາ ແຂວງບໍ່ແກ້ວ ການເປີດໃຊ້ເສັ້ນທາງ R3A ບໍ່ພຽງແຕ່ຈະຊ່ວຍໃຫ້ການຄ້າ ແລະ ການລົງທືນໃນພື້ນທີ່ຕ່າງໆ ຕາມເສັ້ນທາງ R3A ແລະ ບໍລິເວນໃກ້ຄຽງຂະຫຍາຍຕົວດີ. ແຕ່ຍັງໝາຍເຖິງການຂະຫຍາຍຕົວທາງເສດຖະກິດຂອງໄທ, ສປປລາວ ແລະ ສປຈີນ ທີ່ເຊື່ອມໂຍງກັນດ້ວຍເສັ້ນທາງຄົມນາຄົມສາຍນີ້ອີກດ້ວຍ.